ນາຍົກລັດຖະມົນຕີຈີນ ຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ
ຕາມຂ່າວສານຊິນຮວາ ລາຍງານວັນທີ 17 ກັນຍາ ນີ້ວ່າ: ເມື່ອວັນທີ 15 ກັນຍາ ນີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຕ້ອນຮັບທ່ານ ຮຸນ ມາເນັດ
ນາຍົກລັດຖະມົນຕີກຳປູເຈຍ ທີ່ພວມຢ້ຽມຢາມຈີນຢ່າງເປັນທາງການ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ.
ທ່ານ ຫຼີສຽງ ກ່າວວ່າ: ປີນີ້ແມ່ນປີທີ່ຈີນ-ກຳປູເຈຍ ສ້າງສາຍພົວພັນທາງການທູດ ຄົບຮອບ 65 ປີ, ຈີນຍິນດີຮ່ວມກັບ ກຳປູເຈຍ ຈັດຕັ້ງປະຕິບັດຄວາມ
ຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງຜູ້ນຳສອງປະເທດ, ເພີ່ມທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ
ຈີນ-ກຳປູເຈຍ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ຊຸກຍູ້ໃຫ້ການຮ່ວມມືລະຫວ່າງ ຈີນ-ກຳປູເຈຍ ໃນຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ, ກະສິກຳ, ເສດ
ຖະກິດການຄ້າ ແລະ ອື່ນໆໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ ແລະ ໄດ້ຮັບຜົນສຳເລັດທີ່ແທ້ຈິງຫຼາຍກວ່າເກົ່າ.
ທ່ານ ຮຸນ ມາເນັດ ກ່າວວ່າ: ກຳປູເຈຍ ຍຶດໝັ້ນຫຼັກການປະເທດຈີນດຽວ, ຍິນດີຮ່ວມກັບຈີນເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆໃຫ້ຕື່ມອີກ, ເພີ່ມ
ທະວີການປະສານງານໃນວຽກງານສາກົນ ແລະ ພາກພື້ນ, ສ້າງຄູ່ຮ່ວມຊະຕາກຳ ກຳປູເຈຍ-ຈີນ ໃຫ້ກ້າວສູ່ລວງເລິກກວ່າເກົ່າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/09/2023